ວິທະຍາໄລເຕັກນິກ-ວິຊາຊີບ ສະຫວັນນະເຂດ – ສາຂາ ການປຸງແຕ່ງອາຫານ-ການບໍລິການເຄື່ອງດື່ມ – ລາຍລະອຽດ

ສາຂາ ການປຸງແຕ່ງອາຫານ-ການບໍລິການເຄື່ອງດື່ມ
ເວລາຮຽນ 2 ປີ (ຊັ້ນກາງ 12+2)

ຄວາມໝາຍ ແລະ ຄວາມສຳຄັນ :

ການຮຽນໃນສາຂາປຸງແຕ່ງອາຫານ ແລະ ບໍລິການເຄື່ອງດື່ມ ຄືການຮຽນຮູ້ວິທີການປຸງແຕ່ງອາຫານທີ່ ແຊບ ແລະ ຖືກຕ້ອງຕາມໂພສະນາການ, ຮຽນຮູ້ກ່ຽວກັບການປະສົມເຄື່ອງດື່ມປະເພດຕ່າງໆ ໂດຍເສີມສ້າງແນວຄດສ້າງສັນໃນການສັນສ້າງອາຫານ ແລະ ເຄື່ອງດື່ມຕ່າງໆ.  ການປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມ ຄືໝາກຫົວໃຈຫຼັກຂອງທຸລະກິດຮ້ານອາຫານ ນອກຈາກການບໍລິການ ແລະ ບັນຍາກາດຂອງສະຖານທີ່ ທີ່ຈະສ້າງຄວາມປະທັບໃຈໃຫ້ກັບແຂກ ລົດຊາດອາຫານ ແລະ ເຄື່ອງດື່ມທີ່ແຊບຊ້ອຍຈະເຮັດໃຫ້ແຂກເພິ່ງພໍໃຈ ແລະ ກັບມາໃຊ້ບໍລິການອີກຄັ້ງ.

ຈຸດປະສົງ :

          ສ້າງໃຫ້ນັກຮຽນມີຄວາມຮູ້,  ມີທັກສະອາຊີບ ແລະ ປະສົບການດ້ານທັກສະກ່ຽວກັບການປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມກົງກັບມາດຖານອາຊີບ, ສາມາດນຳໄປປະຕິບັດວຽກງານໃນວິຊາສະເພາະຢ່າງມີປະສິດທິພາບ ແລະ ແທດເໝາະກັບຄວາມຕ້ອງການຂອງຕະຫຼາດແຮງງານ.

          ສ້າງໃຫ້ນັກຮຽນມີຫົວຄິດປະດິດສ້າງ,ແກ້ໄຂບັນຫາໄດ້ ແລະ ມີຄວາມສາມາດປະຕິບັດໜ້າທີ່ຕົນຮຽນຈົບ.

          ສ້າງໃຫ້ຜູ້ຮຽນມີມະນຸດສຳພັນດີ, ມີຄຸນນະທຳ, ຈະລິຍະທຳ ແລະ ຈັນຍາບັນໃນອາຊີບ.

ເງື່ອນໄຂຜູ້ເຂົ້າຮຽນກ່ຽວຂ້ອງ:
  • ຕ້ອງຮຽນຈົບມັດທະຍົມຕອນປາຍ ຫຼື ທຽບເທົ່າ
ວິຊາຮຽນທີ່ກ່ຽວຂ້ອງ :
  1. ການເມືອງ
  2. ວັດທະນາທໍາລາວ
  3. ການສື່ສານເປັນພາສາອັງກິດ
  4. ການນຳໃຊ້ເຄື່ອງມື ແລະ ຂະບວນການຕ່າງໆທາງທຸລະກິດ
  5. ການເຮັດວຽກກັບເພື່ອນຮ່ວມງານ ແລະ ລູກຄ້າ
  6. ພາສາອັງກິດສໍາລັບການໂຮງແຮມ ແລະ ການທ່ອງທ່ຽວ
  7. ການປະກອບທຸລະກິດສຳລັບອຸດສາຫະກຳການທ່ອງທ່ຽວ ແລະ ການບໍລິການທ່ອງທ່ຽວ
  8. ການນຳໃຊ້ອຸປະກອນຊື່ສານສຳລັບການທ່ອງທ່ຽວ ແລະ ການບໍລິການທ່ອງທ່ຽວ
  9. ການຮັກສາຄວາມປອດໄພ ແລະ ຄວາມສະຫງົບໃນບ່ອນເຮັດວຽກ
  10. ການບຳລຸງຮັກສາຄວາມສະອາດ ແລະ ສກຂະອານາໄມບ່ອນເຮັດວຽກ
  11. ການສ້າງການບໍລິການໃຫ້ແກ່ລູກຄ້າຢ່າງມີປະສິດທິພາບ
  12. ການພັດທະນາຄວາມຮູ້ທາງດ້ານອຸດສາຫະກຳການທ່ອງທ່ຽວ ແລະ ການບໍລິການ
  13. ການແນະນໍາກ່ຽວກັບຫຼັກການພື້ນຖານໃນການປຸງແຕ່ງອາຫານ
  14. ການກະກຽມ ແລະ ການແຕ່ງອາຫານລາວ
  15. ການແນະນຳກ່ຽວກັບຫຼັກການພື້ນຖານໃນການປຸງແຕ່ງອາຫານ
  16. ການດໍາເນີນການປຸງແຕ່ງອາຫານ
  17. ການວ່າງແຜນການບໍລິການຈັດສົ່ງອາຫານ ແລະ ການຈັດງານລ້ຽງ
  18. ການບໍລິການອາຫນ ແລະ ເຄື່ອງດື່ມ
  19. ການກະກຽມເຂົ້າຈີ່,ເຄັກ,ຂະໜົມປະເພດອົບ ແລະ ອາຫານຫວານຂັ້ນພື້ນຖານ
  20. ການບໍລິການເຄື່ອງດື່ມໃນບາເຫຼົ້າ
  21. ລົງຝຶກງານ 16 ອາທິດ
ນະໂຍບາຍຕ່າງໆ:
  • ມີເບ້ຍລ້ຽງຈາກລັດຖະບານໃຫ້ແກ່ຜູ້ທີ່ຜ່ານການສໍາຜ່ານ ແລະ ຢູ່ໃນຕົວເລກຂອງລັດຖະບານ.

ສິ່ງອໍານວຍຄວາມສະດວກ:
  • ມີຫ້ອງຮຽນ ແລະ ຫ້ອງປະຕິບັດ
  • ຖ້າຫາກນ້ອງໆຄົນໃດມີຄວາມຫຍຸ້ງຍາກໃນການເດີນທາງທາງໂຮງຮຽນມີຫໍພັກຍິງ-ຊາຍໃຫ້ແກ່ນັກສຶກສາ ແລະ ມີລົດຮັບ-ສົ່ງ(ໂດຍບໍ່ໄດ້ເສຍຄ່າ).
ຄວາມຮູ້ ແລະ ທັກສະພາຍຫຼັງການຮຽນຈົບ:

          ສາມາດປະກອບອາຊີບເຮັດວຽກຢູ່ຮ້ານອາຫານ ຫຼື ໂຮງແຮມໄດ້

          ສາມາດເຮັດທຸລະກິດເປີດຮ້ານອາຫານເປັນຂອງຕົນເອງ

          ສາມາດແນະນຳກ່ຽວກັບຫຼັກການພື້ນຖານໃນການປຸງແຕ່ງອາຫານ

          ຮູ້ວິທີກະກຽມ ແລະ ປຸງແຕ່ງອາຫານລາວ

          ສາມາດດຳເນີນການປຸງແຕ່ງອາຫານ

          ຮູ້ວາງແຜນບໍລິການຈັດສົ່ງອາຫານ ແລະ ຈັດງານລ້ຽງ

          ສາມາດບໍລິການອາຫານ ແລະ ເຄື່ອງດື່ມ

          ຮູ້ວິທີກະກຽມເຂົ້າຈີ່, ເຄັກ, ຂະໝົມປະເພດອົບ ແລະ ອາຫານຫວານຂັ້ນພື້ນຖານ

–          ມີຄວາມຮູ້ໃນບໍລິການເຄື່ອງດື່ມໃນບາເຫຼົ້າ

ວິທີສະໝັກຮຽນ
  • ຂັ້ນຕອນທີ1:  ຊື້ຄຳຮ້ອງຂໍເຂົ້າຮຽນແລ້ວປະກອບຂໍ້ມູນໃຫ້ຄົບຖ້ວນ.
  • ຂັ້ນຕອນທີ 2: ນໍາເອົາເອກະສານມາໃຫ້ທາງວິທະຍາໄລກວດສອບ ຄວາມຖືກຕ້ອງ ແລະ ຄົບຖ້ວນຂອງຂໍ້ມູນ.
  • ຂັ້ນຕອນທີ 3: ຫາກເອກະສານຄົບຖ້ວນແລ້ວແມ່ນເຂົ້າສຳພາດເຂົ້າຮຽນ.
  • ຂັ້ນຕອນທີ 4: ລໍຖ້າລາຍຊື່ສໍາພາດ ແລະ ລົງທະບຽນເຂົ້າຮຽນ.
ເອກະສານປະກອບການສະໝັກຮຽນມີ:
    1. ສໍາເນົາໃບປະກາດຈົບຊັ້ນມັດທະຍົມຕອນປາຍ ຫຼື ທຽບເທົ່າ
    2. ປື້ມຕິດຕາມການຮຽນຊັ້ນມັດທະຍົມຕອນປາຍ (ຕົ້ນສະບັບ ພ້ອມກັອບປີ້ສີ).
    3. ປະຫວັດນັກສຶກສາ (ຕົ້ນສະບັບ ພ້ອມກັອບປີ້ສີ).
    4. ສຳມະໂນຄົວ (ຕົ້ນສະບັບ ພ້ອມກັອບປີ້ສີ)
    5. ຮູບສີ (ຂະໜາດ 3 x 4) ຖ່າຍບໍ່ເກີນ 3 ເດືອນ 12 ໃບ.
Select the fields to be shown. Others will be hidden. Drag and drop to rearrange the order.
  • Image
  • SKU
  • Rating
  • Price
  • Stock
  • Availability
  • Add to cart
  • Description
  • Content
  • Weight
  • Dimensions
  • Additional information
  • Attributes
  • Custom attributes
  • Custom fields
Compare
Wishlist 0
Open wishlist page Continue shopping