ວິທະຍາໄລເຕັກນິກ-ວິຊາຊີບ ສະຫວັນນະເຂດ – ສາຂາ ການປຸງແຕ່ງອາຫານລາວ – ລາຍລະອຽດ

ສາຂາ ການປຸງແຕ່ງອາຫານລາວ
ເວລາຮຽນ 3 ເດືອນ (ລະບົບ C1)

ຄວາມໝາຍ ແລະ ຄວາມສຳຄັນ :

ການຮຽນໃນສາຂາປຸງແຕ່ງອາຫານ ຄືການຮຽນຮູ້ວິທີການປຸງແຕ່ງອາຫານລາວໃຫ້ຖືກຕ້ອງ ແລະ  ແຊບຕາມແບບດັ້ງເດີມ, ຮູ້ຈັກປະຍຸກນໍາໃຊ້ວັດຖຸດິບຕ່າງໆໃນການປະກອບອາຫານ, ສຶກສາຫຼັກການ ຂັ້ນຕອນຕ່າງໆໃນການປຸງແຕ່ງ, ການກຽມວັດຖຸດິບປະເພດຕ່າງໆ ໂດຍໃສ່ໃຈເລື່ອງຄວາມສະອາດເປັນຫຼັກ. ການປຸງແຕ່ງອາຫານລາວມີຄວາມສຳຄັນເປັນຢ່າງຍິ່ງຕໍ່ການສືບທອດ ແລະ ຮັກສາວັດທະນະທຳໃນການເຮັດອາຫານລາວໃຫ້ເປັນເອກະລັກ ສາມາດນຳໃຊ້ເຂົ້າໃນການດຳລົງຊີວິດປະຈໍາວັນ ພ້ອມທັງສ້າງອາຊີບ ແລະ ລາຍຮັບໃຫ້ຕົນເອງ ແລະຄອບຄົວ ພ້ອມທັງສົ່ງເສີມ ວຽກງານການບໍລິການທາງດ້ານຂະແໜງການທ່ອງທ່ຽວ ໂຮງແຮມ ແລະ ຮ້ານອາຫານນຳອີກດ້ວຍ

ຈຸດປະສົງ :
  • ສ້າງໃຫ້ນັກຮຽນມີຄວາມຮູ້,ມີທັກສະອາຊີບ ແລະ ປະສົບການກົງກັບມາດຖານອາຊີບນຳໄປປະຕິບັດງານວິຊາສະເພາະໄດ້ຢ່າງມີປະສິດທິພາບ.ແທດເໝາະກັບຄວາມຕ້ອງການຂອງຕະຫຼາດແຮງງານ.
  • ສ້າງໃຫ້ມີຫົວຄິດປະດິດສ້າງ,ແກ້ໄຂບັນຫາໄດ້ ແລະ ມີຄວາມສາມາດປະຕິບັດໜ້າທີ່ວຽກງານດ້ານວິຊາສະເພາະຕາມລະດັບທີ່ຕົນຮຽນຈົບ.
  • ສ້າງໃຫ້ຜູ້ຮຽນມີມະນຸດສຳພັນດີ,ມີຄຸນນະທຳ, ຈາລິຍະທຳ ແລະ ຈັນຍາບັນໃນອາຊີບ.
ເງື່ອນໄຂຜູ້ເຂົ້າຮຽນກ່ຽວຂ້ອງ:
  • ຕ້ອງຮຽນຈົບປະຖົມຂື້ນໄປ
ວິຊາຮຽນທີ່ກ່ຽວຂ້ອງ :
  1. ການເຮັດເອາະ
  2. ການເຮັດແກງໜໍ່ໄມ້
  3. ການເຮັດລາບປາຕອງ
  4. ການເຮັດເຂົ້າປຸ້ນນໍ້າປາ
  5. ການເຮັດກ້ອຍ
  6. ການເຮັດແກງສົ້ມ
  7. ການເຮັດລາບຊີ້ນ
  8. ການເຮັດແກງຈຶດ
  9. ການເຮັດແກງເຜັດ
  10. ການເຮັດປົ່ນ
  11. ການເຮັດຕະໂກ້ເຜຶອກ
  12. ການເຮັດເຂົ້າໜົມຊັ້ນ
  13. ການເຮັດສັງຂະຫຍາໝາກອຶ
  14. ການເຮັດແໜບສາລີ
  15. ການເຮັດເຂົ້າໜົມມັນຕົ້ນ
  16. ການຕົບແຕ່ງອາຫານ
  17. ການຕົບແຕ່ງເຂົ້າໜົມ
ນະໂຍບາຍຕ່າງໆ:
  • ນັກຮຽນແມ່ນໄດ້ຮັບເບ້ຍລ້ຽງຈາກໂຄງການ.

ສິ່ງອໍານວຍຄວາມສະດວກ:
  • ມີຫ້ອງຮຽນ ແລະ ຫ້ອງປະຕິບັດ
  • ຖ້າຫາກນ້ອງໆຄົນໃດມີຄວາມຫຍຸ້ງຍາກໃນການເດີນທາງທາງໂຮງຮຽນມີຫໍພັກຍິງ-ຊາຍໃຫ້ແກ່ນັກສຶກສາ ແລະ ມີລົດຮັບ-ສົ່ງ(ໂດຍບໍ່ໄດ້ເສຍຄ່າ).
ຄວາມຮູ້ ແລະ ທັກສະພາຍຫຼັງການຮຽນຈົບ:

          ປຸງແຕ່ງອາຫານລາວໄດ້

          ປຸງແຕ່ງເຂົ້າໜົມລາວໄດ້

          ຕົບແຕ່ງອາຫານໄດ້ຕາມແບບທີ່ກຳນົດໃຫ້

          ຕົບແຕ່ງເຂົ້າໜົມໄດ້

          ສາມາດປະກອບອາຊີບເຮັດອາຫານຂາຍ

ວິທີສະໝັກຮຽນ
  • ຂັ້ນຕອນທີ1:  ຊື້ຄຳຮ້ອງຂໍເຂົ້າຮຽນແລ້ວປະກອບຂໍ້ມູນໃຫ້ຄົບຖ້ວນ.
  • ຂັ້ນຕອນທີ 2: ນໍາເອົາເອກະສານມາໃຫ້ທາງວິທະຍາໄລກວດສອບ ຄວາມຖືກຕ້ອງ ແລະ ຄົບຖ້ວນຂອງຂໍ້ມູນ.
  • ຂັ້ນຕອນທີ 3: ຫາກເອກະສານຄົບຖ້ວນແລ້ວແມ່ນເຂົ້າສຳພາດເຂົ້າຮຽນ.
  • ຂັ້ນຕອນທີ 4: ລໍຖ້າລາຍຊື່ສໍາພາດ ແລະ ລົງທະບຽນເຂົ້າຮຽນ.
ເອກະສານປະກອບການສະໝັກຮຽນມີ:
  1. ສໍາເນົາໃບປະກາດຈົບຊັ້ນປະຖົມ
  2. ປື້ມຕິດຕາມການຮຽນຊັ້ນປະຖົມ (ຕົ້ນສະບັບ ພ້ອມກັອບປີ້ສີ).
  3. ປະຫວັດນັກສຶກສາ (ຕົ້ນສະບັບ ພ້ອມກັອບປີ້ສີ).
  4. ສຳມະໂນຄົວ (ຕົ້ນສະບັບ ພ້ອມກັອບປີ້ສີ)
  1.  
Select the fields to be shown. Others will be hidden. Drag and drop to rearrange the order.
  • Image
  • SKU
  • Rating
  • Price
  • Stock
  • Availability
  • Add to cart
  • Description
  • Content
  • Weight
  • Dimensions
  • Additional information
  • Attributes
  • Custom attributes
  • Custom fields
Compare
Wishlist 0
Open wishlist page Continue shopping