ວິທະຍາໄລເຕັກນິກ-ວິຊາຊີບ ແຂວງຈໍາປາສັກ – ສາຂາ ການບໍລິການການເດີນທາງ ແລະ ການທ່ອງທ່ຽວ 12+2+1- ລາຍລະອຽດ

ສາຂາ ການບໍລິການການເດີນທາງ ແລະ ການທ່ອງທ່ຽວ
ເວລາຮຽນ 1 ປີ 6 ເດືອນ (ຕໍ່ເນື່ອງຊັ້ນສູງ 12+2+1)

ຄວາມໝາຍ ແລະ ຄວາມສຳຄັນ :

ການຮຽນໃນສາຂາ ບໍລິຫານການເດີນທາງ-ທ່ອງທ່ຽວ ຄືການຮຽນຮູ້ກ່ຽວກັບການວາງແຜນ ແລະ ການບໍລິການທ່ອງທ່ຽວພາຍໃນປະເທດແບບອະນຸລັກ ໂດຍສະເພາະການທ່ອງທ່ຽວໃນຮູບແບບເປັນກຸ່ມ. ນອກຈາກນັ້ນ, ຍັງມີສຶກສາກ່ຽວກັບການປະສານງານສຳລັບວຽກງານການທ່ອງທ່ຽວຂະແໜງຕ່າງໆ ແລະ ການບໍລິການທ່ອງທ່ຽວ. ການສຶກສາກ່ຽວກັບສາຂານີ້ຢ່າງລະອຽດ ເປັນສິ່ງສຳຄັນຕໍ່ຄຸນນະພາບການບໍລິການ ແລະ ນໍາທ່ຽວຂອງພະນັກງານໃນອຸດສະຫະກຳນີ້ ເນື່ອງຈາກພວກເຂົາຈະເຮັດໜ້າທີ່ເປັນດັ່ງຕົວແທນໃນການບອກເລົ່າ ແລະ ແນະນໍາຂໍ້ມູນຂ່າວສານ ກ່ຽວກັບວັດທະນະທຳ ແລະ ປະເພນີຂອງຊາດ.

ຈຸດປະສົງ :
  • ສ້າງໃຫ້ຜູ້ຮຽນມີຄວາມຮູ້, ມີທັກສະອາຊີບ ແລະ ມີປະສົບການດ້ານການໂຮງແຮມ ແລະ ການບໍລິການກົງກັບມາດ ຕາຖານອາຊີບ ສາມາດນຳໄປປະຕິບັດວຽກງານໃນວິຊາສະເພາະທີ່ໄດ້ຮຽນມາຢ່າງມີປະສິດທິພາບ ແລະ ແທດເໝາະກັບຄວາມຕ້ອງການຂອງຕະຫຼາດແຮງງານ.
  • ສ້າງໃຫ້ຜູ້ຮຽນມີຫົວຄິດປະດິດສ້າງ, ແກ້ໄຂບັນຫາໄດ້ ແລະ ມີຄວາມສາມາດໃນການປະຕິບັດໜ້າທີ່ວຽກງານດ້ານວິຊາສະເພາະຕາມລະດັບທີ່ຕົນຮຽນຈົບ.
  • ສ້າງໃຫ້ຜູ້ຮຽນມີມະນຸດສຳພັນດີ, ມີຄຸນນະທໍາ, ຈະລິຍະທຳ ແລະ ຈັນຍາບັນໃນອາຊີບ.
ເງື່ອນໄຂຜູ້ເຂົ້າຮຽນກ່ຽວຂ້ອງ: 
  • ຕ້ອງຮຽນຈົບຫຼັກສູດຊັ້ນກາງ
ວິຊາຮຽນທີ່ກ່ຽວຂ້ອງ :
  1. ການເງິນທຸລະກິດ
  2. ສິລະປະລາຍລາວ
  3. ພຶດຕິກໍານັກທ່ອງທ່ຽວ
  4. ກົດໝາຍກ່ຽວກັບການທ່ອງທ່ຽວ
  5. ການບໍລິຫານພັດຕະຄານ ແລະ ງານລ້ຽງ
  6. ຜະລິດຕະພັນ ແລະ ຂອງທີ່ລະນຶກ
  7. ຫຼັກການບໍລິຫານການທ່ອງທ່ຽວ
  8. ພາສີ-ອາກອນ
  9. ຄວາມຮູ້ເບື້ອງຕົ້ນກ່ຽວກັບອາຫານລາວ
  10. ການບໍລິຫານພັດຕະຄານ ແລະ ງານລ້ຽງ
ນະໂຍບາຍຕ່າງໆ:
  • ມີຫໍພັກໃຫ້ກັບນັກສຶກສາຜູ້ທີ່ຢູ່ບ້ານໄກ, ຄອບຄົວຂາດເຂີນ.
  • ມີເງິນສະຫວັດດີການໃຫ້ກັບນັກສຶກສາ ຜູ້ທີ່ເຈັບເປັນນອນໂຮງໝໍ.
ສິ່ງອໍານວຍຄວາມສະດວກ:
  • ມີອິນເຕີເນັດໃຫ້ກັບນັກສຶກສາເພື່ອນຳໃຊ້ເຂົ້າໃນການເຂົ້າຫາແຫຼ່ງຂໍ້ມູນຕ່າງເພື່ອສຶກສາ ຄົ້ນຄົ້ວບົດຮຽນ.
  • ມີຫ້ອງຮຽນພາກທິດສະດີ ຮັບໃຊ້ເຂົ້າໃນການຈັດການຮຽນ – ການສອນຢ່າງພຽງພໍ, ມີມາດຕາຖານ ແລະ ສວຍງາມ.
  • ມີຫ້ອງຝຶກງານການປຸງແຕ່ງອາຫານ ( ຫ້ອງຄົວ ) ພ້ອມດ້ວຍອຸປະກອນຄົບຊຸດ ເພື່ອໃຫ້ນັກສຶກສາຮຽນພາກປະ ຕິບັດຕົວຈິງ.
  • ມີຫ້ອງຝຶກງານການບໍລິການອາຫານ ແລະ ເຄື່ອງດື່ມ (ຫ້ອງອາຫານ ແລະ ຫ້ອງເຟ) ພ້ອມດ້ວຍອຸປະກອນຄົບຊຸດ ເພື່ອໃຫ້ນັກສຶກສາຮຽນພາກປະຕິບັດຕົວຈິງ.
  • ມີຫ້ອງຝຶກງານດ້ານການໂຮງແຮມ ( ຫ້ອງພັກ ແລະ ເຄົາເຕີ້ ) ພ້ອມດ້ວຍອຸປະກອນຄົບຊຸດ ເພື່ອໃຫ້ນັກສຶກສາ ຮຽນພາກປະຕິບັດຕົວຈິງ.
ຄວາມຮູ້ ແລະ ທັກສະພາຍຫຼັງການຮຽນຈົບ:
  • ສາມາດສື່ສານທາງເຕັກນິກໃນອາຊີບໄດ້ດີ.
  • ສາມາດຈັດລະບົບຖານຂໍ້ມູນກ່ຽວກັບອາຊີບໄດ້.
  • ສາມາດຈັດການ ແລະ ພັດທະນາຄຸນນະພາບຂອງວຽກງານໄດ້.
  • ມີຄວາມຮູ້, ຄວາມສາມາດທາງດ້ານວິຊາຊີບ ການບໍລິຫານໂຮງແຮມ ແລະ ການທ່ອງທ່ຽວໃນລະດັບຊັ້ນສູງ.
  • ສາມາດ ວິເຄາະວາງແຜນການເຄື່ອນໄຫວກ່ຽວກັບທຸລະກິດໄດ້.
  • ສາມາດຮູ້ ແລະ ເຂົ້າໃຈ ແລະ ນຳໃຊ້ກ່ຽວກັບການຄຸ້ມຄອງບໍລິຫານໂຮງແຮມ ແລະ ການທ່ອງທ່ຽວ.
  • ສາມາດຮູ້, ເຂົ້າໃຈ ແລະ ນຳໃຊ້ກົນລະຍຸດ, ຍຸດທະວິທີເຂົ້າໃນການຕະຫຼາດ.
  • ສາມາດເຮັດວຽກໃນໂຮງແຮມ ຫຼື ເປັນໄກ້ນໍາທ່ຽວໄດ້.
  •  
ວິທີສະໝັກຮຽນ
  • ຂັ້ນຕອນທີ 1: ຊື້ແບບຟອມນຳຄະນະກຳມະການທີ່ຮັບຜິດຊອບຮັບເອົານັກສຶກສາເຂົ້າຮຽນໃໝ່ມາຂຽນ.
  • ຂັ້ນຕອນທີ 2: ສົ່ງແບບຟອມໃບຄຳຮ້ອງໃນການສະໝັກເຂົ້າສອບເສັງ ແລະ ສຳພາດ ທີ່ຂຽນແລ້ວໃຫ້ຄະນະກຳມະການທີ່ຮັບຜິດຊອບ ແລະ ຈາກນັ້ນທາງຄະນະຮັບຜິດຊອບຈະອອກບັດເຂົ້າຫ້ອງສອບເສັງ, ສຳພາດໃຫ້ຕາມສາຂາວິຊາທີ່ສະໝັກຮຽນ.
  • ຂັ້ນຕອນທີ 3: ດຳເນີນການສອບເສັງ ຫຼື ສຳພາດເຂົ້າຮຽນໃນສາຂາວິຊາທີ່ສະໝັກຕາມລະບຽບການຂອງວິທະຍາໄລ.
ເອກະສານປະກອບການສະໝັກຮຽນມີ:  
  1. ສໍາເນົາໃບປະກາດຈົບຫຼັກສູດຊັ້ນກາງ
  2. ຊີວະປະຫວັດນັກຮຽນ 1 ຊຸດ
  3. ໃບຢັ້ງຢືນທີ່ຢູ່ 1 ຊຸດ
  4. ໃບກວດສຸຂະພາບ 1 ຊຸດ
  5. ໃບແຈ້ງໂທດ 1 ຊຸດ
  6. ຮູບຂະໜາດ 3×4 (ຖ່າຍບໍ່ເກີນ 3 ເດືອນ) ຈໍານວນ 6 ໃບ
    1.  
Select the fields to be shown. Others will be hidden. Drag and drop to rearrange the order.
  • Image
  • SKU
  • Rating
  • Price
  • Stock
  • Availability
  • Add to cart
  • Description
  • Content
  • Weight
  • Dimensions
  • Additional information
  • Attributes
  • Custom attributes
  • Custom fields
Compare
Wishlist 0
Open wishlist page Continue shopping