ວິທະຍາໄລເຕັກນິກ-ວິຊາຊີບ ແຂວງຈໍາປາສັກ – ສາຂາ ການບໍລິການການເດີນທາງ ແລະ ການທ່ອງທ່ຽວ 12+2- ລາຍລະອຽດ

ສາຂາ ການບໍລິການການເດີນທາງ ແລະ ການທ່ອງທ່ຽວ
ເວລາຮຽນ 2 ປີ (ຊັ້ນກາງ 12+2)

ຄວາມໝາຍ ແລະ ຄວາມສຳຄັນ :

ການຮຽນໃນສາຂາ ບໍລິການການເດີນທາງ-ທ່ອງທ່ຽວ ຄືການຮຽນຮູ້ກ່ຽວກັບການວາງແຜນ ແລະ ການບໍລິການທ່ອງທ່ຽວພາຍໃນປະເທດແບບອະນຸລັກ ໂດຍສະເພາະການທ່ອງທ່ຽວໃນຮູບແບບເປັນກຸ່ມ. ນອກຈາກນັ້ນ, ຍັງມີສຶກສາກ່ຽວກັບການປະສານງານສຳລັບວຽກງານການທ່ອງທ່ຽວຂະແໜງຕ່າງໆ ແລະ ການບໍລິການທ່ອງທ່ຽວ. ການສຶກສາກ່ຽວກັບສາຂານີ້ຢ່າງລະອຽດ ເປັນສິ່ງສຳຄັນຕໍ່ຄຸນນະພາບການບໍລິການ ແລະ ນໍາທ່ຽວຂອງພະນັກງານໃນອຸດສະຫະກຳນີ້ ເນື່ອງຈາກພວກເຂົາຈະເຮັດໜ້າທີ່ເປັນດັ່ງຕົວແທນໃນການບອກເລົ່າ ແລະ ແນະນໍາຂໍ້ມູນຂ່າວສານ ກ່ຽວກັບວັດທະນະທຳ ແລະ ປະເພນີຂອງຊາດ.

ຈຸດປະສົງ :
  • ສ້າງໃຫ້ຜູ້ຮຽນມີຄວາມຮູ້, ມີທັກສະອາຊີບ ແລະ ມີປະສົບການດ້ານການໂຮງແຮມ ແລະ ການບໍລິການກົງກັບມາດ ຕາຖານອາຊີບ ສາມາດນຳໄປປະຕິບັດວຽກງານໃນວິຊາສະເພາະທີ່ໄດ້ຮຽນມາຢ່າງມີປະສິດທິພາບ ແລະ ແທດເໝາະກັບຄວາມຕ້ອງການຂອງຕະຫຼາດແຮງງານ.
  • ສ້າງໃຫ້ຜູ້ຮຽນມີຫົວຄິດປະດິດສ້າງ, ແກ້ໄຂບັນຫາໄດ້ ແລະ ມີຄວາມສາມາດໃນການປະຕິບັດໜ້າທີ່ວຽກງານດ້ານວິຊາສະເພາະຕາມລະດັບທີ່ຕົນຮຽນຈົບ.
  • ສ້າງໃຫ້ຜູ້ຮຽນມີມະນຸດສຳພັນດີ, ມີຄຸນນະທໍາ, ຈະລິຍະທຳ ແລະ ຈັນຍາບັນໃນອາຊີບ.
ເງື່ອນໄຂຜູ້ເຂົ້າຮຽນກ່ຽວຂ້ອງ:
  • ຕ້ອງຮຽນຈົບມັດທະຍົມຕອນປາຍ ຫຼື ທຽບເທົ່າ
ວິຊາຮຽນທີ່ກ່ຽວຂ້ອງ :
  1. ການປະສານງານສໍາລັບການທ່ອງທ່ຽວ
  2. ການກຳນົດອົງປະກອບສຳລັບການທ່ອງທ່ຽວພາຍໃນປະເທດ
  3. ການຮັກສາຄວາມປອດໄພ ແລະ ຄວາມສະຫົງບໃນບ່ອນເຮັດວຽກ
  4. ການກໍານົດອົງປະກອບສໍາລັບການທ່ອງທ່ຽວຕ່າງປະເທດ
  5. ການບຳລຸງຮັກສາຄວາມສະອາດ ແລະ ສຸຂະອະນາໄມໃນບ່ອນເຮັດວຽກ
  6. ລາວສຶກສາ
  7. ການກຳນົດອົງປະກອບສຳລັບການທ່ອງທ່ຽວຕ່າງປະເທດ
  8. ການບໍລິການນໍາທ່ຽວ
  9. ການປະກອບທຸລະກິດສຳລັບອົງປະກອບການທ່ອງທ່ຽວ ແລະ ການບໍລິການ
  10. ການສ້າງລາຍການທ່ອງທ່ຽວ
  11. ພາສາອັງກິດສຳລັບການທ່ອງທ່ຽວ
  12. ພາສາອັງກິດທົ່ວໄປ
  13. ການກຳນົດອົງປະກອບສຳລັບການທ່ອງທ່ຽວຕ່າງປະເທດ
  14. ການບໍລິການນໍາທ່ຽວ
  15. ການກຳນົດອົງປະກອບການທ່ອງທ່ຽວແບບອະນຸລັກ
  16. ການຈອງໂຮງແຮມ ແລະ ປີ້ຍົນ
ນະໂຍບາຍຕ່າງໆ:
  • ມີຫໍພັກໃຫ້ກັບນັກສຶກສາຜູ້ທີ່ຢູ່ບ້ານໄກ, ຄອບຄົວຂາດເຂີນ.
  • ມີເງິນສະຫວັດດີການໃຫ້ກັບນັກສຶກສາ ຜູ້ທີ່ເຈັບເປັນນອນໂຮງໝໍ.
ສິ່ງອໍານວຍຄວາມສະດວກ:
  • ມີອິນເຕີເນັດໃຫ້ກັບນັກສຶກສາເພື່ອນຳໃຊ້ເຂົ້າໃນການເຂົ້າຫາແຫຼ່ງຂໍ້ມູນຕ່າງເພື່ອສຶກສາ ຄົ້ນຄົ້ວບົດຮຽນ.
  • ມີຫ້ອງຮຽນພາກທິດສະດີ ຮັບໃຊ້ເຂົ້າໃນການຈັດການຮຽນ – ການສອນຢ່າງພຽງພໍ, ມີມາດຕາຖານ ແລະ ສວຍງາມ.
  • ມີຫ້ອງຝຶກງານການປຸງແຕ່ງອາຫານ ( ຫ້ອງຄົວ ) ພ້ອມດ້ວຍອຸປະກອນຄົບຊຸດ ເພື່ອໃຫ້ນັກສຶກສາຮຽນພາກປະ ຕິບັດຕົວຈິງ.
  • ມີຫ້ອງຝຶກງານການບໍລິການອາຫານ ແລະ ເຄື່ອງດື່ມ (ຫ້ອງອາຫານ ແລະ ຫ້ອງເຟ) ພ້ອມດ້ວຍອຸປະກອນຄົບຊຸດ ເພື່ອໃຫ້ນັກສຶກສາຮຽນພາກປະຕິບັດຕົວຈິງ.
  • ມີຫ້ອງຝຶກງານດ້ານການໂຮງແຮມ ( ຫ້ອງພັກ ແລະ ເຄົາເຕີ້ ) ພ້ອມດ້ວຍອຸປະກອນຄົບຊຸດ ເພື່ອໃຫ້ນັກສຶກສາ ຮຽນພາກປະຕິບັດຕົວຈິງ.
ຄວາມຮູ້ ແລະ ທັກສະພາຍຫຼັງການຮຽນຈົບ:
  • ກຳນົດອົງປະກອບຂອງການທ່ອງທ່ຽວພາຍໃນປະເທດ.
  • ກຳນົດອົງປະກອບຂອງການທ່ອງທ່ຽວແບບອະນຸລັກ.
  • ກຳນົດອົງປະກອບສຳລັບການທ່ອງທ່ຽວຕ່າງປະເທດ.
  • ສ້າງລາຍການທ່ອງທ່ຽວ.
  • ຈ່ອງໂຮງແຮມ ແລະ ປີ້ຍົນ.
  • ປະສານງານສຳລັບການທ່ອງທ່ຽວ.
  • ບໍລິການນຳທ່ຽວພາຍໃນປະເທດ.
  • ສາມາດເຮັດວຽກໃນໂຮງແຮມ ຫຼື ເປັນໄກ້ນໍາທ່ຽວໄດ້.
  •  
ວິທີສະໝັກຮຽນ
  • ຂັ້ນຕອນທີ 1: ຊື້ແບບຟອມນຳຄະນະກຳມະການທີ່ຮັບຜິດຊອບຮັບເອົານັກສຶກສາເຂົ້າຮຽນໃໝ່ມາຂຽນ.
  • ຂັ້ນຕອນທີ 2: ສົ່ງແບບຟອມໃບຄຳຮ້ອງໃນການສະໝັກເຂົ້າສອບເສັງ ແລະ ສຳພາດ ທີ່ຂຽນແລ້ວໃຫ້ຄະນະກຳມະການທີ່ຮັບຜິດຊອບ ແລະ ຈາກນັ້ນທາງຄະນະຮັບຜິດຊອບຈະອອກບັດເຂົ້າຫ້ອງສອບເສັງ, ສຳພາດໃຫ້ຕາມສາຂາວິຊາທີ່ສະໝັກຮຽນ.
  • ຂັ້ນຕອນທີ 3: ດຳເນີນການສອບເສັງ ຫຼື ສຳພາດເຂົ້າຮຽນໃນສາຂາວິຊາທີ່ສະໝັກຕາມລະບຽບການຂອງວິທະຍາໄລ.
ເອກະສານປະກອບການສະໝັກຮຽນມີ:    
    1. ສໍາເນົາໃບປະກາດຈົບຊັ້ນມັດທະຍົມຕອນປາຍ ຫຼື ທຽບເທົ່າ
    2. ຊີວະປະຫວັດນັກຮຽນ 1 ຊຸດ
    3. ໃບຢັ້ງຢືນທີ່ຢູ່ 1 ຊຸດ
    4. ໃບກວດສຸຂະພາບ 1 ຊຸດ
    5. ໃບແຈ້ງໂທດ 1 ຊຸດ
    6. ຮູບຂະໜາດ 3×4 (ຖ່າຍບໍ່ເກີນ 3 ເດືອນ) ຈໍານວນ 6 ໃບ
Select the fields to be shown. Others will be hidden. Drag and drop to rearrange the order.
  • Image
  • SKU
  • Rating
  • Price
  • Stock
  • Availability
  • Add to cart
  • Description
  • Content
  • Weight
  • Dimensions
  • Additional information
  • Attributes
  • Custom attributes
  • Custom fields
Compare
Wishlist 0
Open wishlist page Continue shopping