ວິທະຍາໄລເຕັກນິກ-ວິຊາຊີບ ແຂວງຈໍາປາສັກ – ສາຂາ ການປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມ 12+2+1- ລາຍລະອຽດ

ສາຂາ ການປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມ
ເວລາຮຽນ 1 ປີ 6 ເດືອນ (ຕໍ່ເນື່ອງຊັ້ນສູງ 12+2+1)

ຄວາມໝາຍ ແລະ ຄວາມສຳຄັນ :

ການຮຽນໃນສາຂາປຸງແຕ່ງອາຫານ ແລະ ບໍລິການເຄື່ອງດື່ມ ຄືການຮຽນຮູ້ວິທີການປຸງແຕ່ງອາຫານທີ່ ແຊບ ແລະ ຖືກຕ້ອງຕາມໂພສະນາການ, ຮຽນຮູ້ກ່ຽວກັບການປະສົມເຄື່ອງດື່ມປະເພດຕ່າງໆ ໂດຍເສີມສ້າງແນວຄດສ້າງສັນໃນການສັນສ້າງອາຫານ ແລະ ເຄື່ອງດື່ມຕ່າງໆ.  ການປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມ ຄືໝາກຫົວໃຈຫຼັກຂອງທຸລະກິດຮ້ານອາຫານ ນອກຈາກການບໍລິການ ແລະ ບັນຍາກາດຂອງສະຖານທີ່ ທີ່ຈະສ້າງຄວາມປະທັບໃຈໃຫ້ກັບແຂກ ລົດຊາດອາຫານ ແລະ ເຄື່ອງດື່ມທີ່ແຊບຊ້ອຍຈະເຮັດໃຫ້ແຂກເພິ່ງພໍໃຈ ແລະ ກັບມາໃຊ້ບໍລິການອີກຄັ້ງ.

ຈຸດປະສົງ :
  • ສ້າງໃຫ້ຜູ້ຮຽນມີຄວາມຮູ້, ມີທັກສະອາຊີບ ແລະ ມີປະສົບການດ້ານການປຸງແຕ່ງອາຫານ ແລະ ການບໍລິການກົງກັບມາດ ຕາຖານອາຊີບ ສາມາດນຳໄປປະຕິບັດວຽກງານໃນວິຊາສະເພາະທີ່ໄດ້ຮຽນມາຢ່າງມີປະສິດທິພາບ ແລະ ແທດເໝາະກັບຄວາມຕ້ອງການຂອງຕະຫຼາດແຮງງານ.
  • ສ້າງໃຫ້ຜູ້ຮຽນມີຫົວຄິດປະດິດສ້າງ, ແກ້ໄຂບັນຫາໄດ້ ແລະ ມີຄວາມສາມາດໃນການປະຕິບັດໜ້າທີ່ວຽກງານດ້ານວິຊາສະເພາະຕາມລະດັບທີ່ຕົນຮຽນຈົບ.
  • ສ້າງໃຫ້ຜູ້ຮຽນມີມະນຸດສຳພັນດີ, ມີຄຸນນະທໍາ, ຈະລິຍະທຳ ແລະ ຈັນຍາບັນໃນອາຊີບ.
ເງື່ອນໄຂຜູ້ເຂົ້າຮຽນກ່ຽວຂ້ອງ
  • ຕ້ອງຮຽນຈົບຫຼັກສູດຊັ້ນກາງ
ວິຊາຮຽນທີ່ກ່ຽວຂ້ອງ :
  1. ການເມືອງ
  2. ຄອມພິວເຕີ
  3. ພາສາອັງກິດເພື່ອການໂຮງແຮມ
  4. ການບໍລິການຕອນຮັບ
  5. ການບໍລິການຈັດກອງປະຊຸມ
  6. ການປະສົມເຄື່ອງດື່ມ
  7. ການປຸງແຕ່ງອາຫານຄາວ
  8. ການຄວບຄຸມຕົ້ນທຶນອາຫານ ແລະ ເຄື່ອງດື່ມ
  9. ສິລະປະດິດ
  10. ທຸລະກິດໂຮງແຮມ ແລະ ເຮືອນພັກ
  11. ການພັດທະນາບຸກຄະລາກອນໂຮງແຮມແລະ ພັດຕະຄານ
  12. ກົດໝາຍໂຮງແຮມ
  13. ການຕະຫຼາດໂຮງແຮມ
  14. ການປຸງແຕ່ງອາຫານຫວານ
  15. ການແປຮູບຜະລິດຕະພັນອາຫານ ແລະ ເຄື່ອງດື່ມ
ນະໂຍບາຍຕ່າງໆ:
  • ມີຫໍພັກໃຫ້ກັບນັກສຶກສາຜູ້ທີ່ຢູ່ບ້ານໄກ, ຄອບຄົວຂາດເຂີນ.
  • ມີທຶນການສຶກສາຂອງລັດຖະບານ.
  • ມີເງິນສະຫັວດດີການໃຫ້ກັບນັກສຶກສາ ຜູ້ທີ່ເຈັບເປັນນອນໂຮງໝໍ.
  • ມີງົບປະມານຈາກໂຄງການໃນການຈັດຊື້ວັດຖຸດິບນຳໃຊ້ເຂົ້າໃນການຮຽນພາກປະຕິບັດຕົວຈິງຂອງສຶກສາ.
ສິ່ງອໍານວຍຄວາມສະດວກ:
  • ມີອິນເຕີເນັດໃຫ້ກັບນັກສຶກສາເພື່ອນຳໃຊ້ເຂົ້າໃນການເຂົ້າຫາແຫຼ່ງຂໍ້ມູນຕ່າງເພື່ອສຶກສາ ຄົ້ນຄົ້ວບົດຮຽນ.
  • ມີຫ້ອງຮຽນພາກທິດສະດີ ຮັບໃຊ້ເຂົ້າໃນການຈັດການຮຽນ – ການສອນຢ່າງພຽງພໍ, ມີມາດຕາຖານ ແລະ ສວຍງາມ.
  • ມີຫ້ອງຝຶກງານການປຸງແຕ່ງອາຫານ ( ຫ້ອງຄົວ ) ພ້ອມດ້ວຍອຸປະກອນຄົບຊຸດ ເພື່ອໃຫ້ນັກສຶກສາຮຽນພາກປະ ຕິບັດຕົວຈິງ.
  • ມີຫ້ອງຝຶກງານການບໍລິການອາຫານ ແລະ ເຄື່ອງດື່ມ (ຫ້ອງອາຫານ ແລະ ຫ້ອງເຟ) ພ້ອມດ້ວຍອຸປະກອນຄົບຊຸດ ເພື່ອໃຫ້ນັກສຶກສາຮຽນພາກປະຕິບັດຕົວຈິງ.
  • ມີຫ້ອງຝຶກງານດ້ານການໂຮງແຮມ ( ຫ້ອງພັກ ແລະ ເຄົາເຕີ້ ) ພ້ອມດ້ວຍອຸປະກອນຄົບຊຸດ ເພື່ອໃຫ້ນັກສຶກສາ ຮຽນພາກປະຕິບັດຕົວຈິງ.
ຄວາມຮູ້ ແລະ ທັກສະພາຍຫຼັງການຮຽນຈົບ:
  • ແນະນຳກ່ຽວກັບຫຼັກການພື້ນຖານໃນການປຸງແຕ່ງອາຫານ.
  • ກະກຽມ ແລະ ປຸງແຕ່ງອາຫານລາວ.
  • ດຳເນີນການປຸງແຕ່ງອາຫານ.
  • ວາງແຜນບໍລິການຈັດສົ່ງອາຫານ ແລະ ການຈັດງານລ້ຽງ.
  • ບໍລິການອາຫານ ແລະ ເຄື່ອງດື່ມ.
  • ກະກຽມເຂົ້າຈີ່, ເຄັກ, ເຂົ້າໜົມປະເພດອົບ ແລະ ອາຫານຫວານຂັ້ນພື້ນຖານ.
  • ບໍລິການເຄື່ອງດື່ມໃນບາເຫຼົ້າ.
  • ສາມາດເຮັດວຽກນໍາຮ້ານອາຫານ ຫຼືໂຮງແຮມໄດ້.
  • ສາມາດເປີດຮ້ານອາຫານເປັນຂອງຕົນເອງ.
  •  
ວິທີສະໝັກຮຽນ
  • ຂັ້ນຕອນທີ 1: ຊື້ແບບຟອມນຳຄະນະກຳມະການທີ່ຮັບຜິດຊອບຮັບເອົານັກສຶກສາເຂົ້າຮຽນໃໝ່ມາຂຽນ.
  • ຂັ້ນຕອນທີ 2: ສົ່ງແບບຟອມໃບຄຳຮ້ອງໃນການສະໝັກເຂົ້າສອບເສັງ ແລະ ສຳພາດ ທີ່ຂຽນແລ້ວໃຫ້ຄະນະກຳມະການທີ່ຮັບຜິດຊອບ ແລະ ຈາກນັ້ນທາງຄະນະຮັບຜິດຊອບຈະອອກບັດເຂົ້າຫ້ອງສອບເສັງ, ສຳພາດໃຫ້ຕາມສາຂາວິຊາທີ່ສະໝັກຮຽນ.
  • ຂັ້ນຕອນທີ 3: ດຳເນີນການສອບເສັງ ຫຼື ສຳພາດເຂົ້າຮຽນໃນສາຂາວິຊາທີ່ສະໝັກຕາມລະບຽບການຂອງວິທະຍາໄລ.
ເອກະສານປະກອບການສະໝັກຮຽນມີ:    
    1. ສໍາເນົາໃບປະກາດຈົບຫຼັກສູດຊັ້ນກາງ
    2. ຊີວະປະຫວັດນັກຮຽນ 1 ຊຸດ
    3. ໃບຢັ້ງຢືນທີ່ຢູ່ 1 ຊຸດ
    4. ໃບກວດສຸຂະພາບ 1 ຊຸດ
    5. ໃບແຈ້ງໂທດ 1 ຊຸດ
    6. ຮູບຂະໜາດ 3×4 (ຖ່າຍບໍ່ເກີນ 3 ເດືອນ) ຈໍານວນ 6 ໃບ
Select the fields to be shown. Others will be hidden. Drag and drop to rearrange the order.
  • Image
  • SKU
  • Rating
  • Price
  • Stock
  • Availability
  • Add to cart
  • Description
  • Content
  • Weight
  • Dimensions
  • Additional information
  • Attributes
  • Custom attributes
  • Custom fields
Compare
Wishlist 0
Open wishlist page Continue shopping