ວິທະຍາໄລເຕັກນິກ-ວິຊາຊີບ ແຂວງຈໍາປາສັກ – ສາຂາ ການປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມ 9+3- ລາຍລະອຽດ

ສາຂາ ການປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມ
ເວລາຮຽນ 3 ປີ (ຊັ້ນກາງ 9+3)

ຄວາມໝາຍ ແລະ ຄວາມສຳຄັນ :

ການຮຽນໃນສາຂາປຸງແຕ່ງອາຫານ ແລະ ບໍລິການເຄື່ອງດື່ມ ຄືການຮຽນຮູ້ວິທີການປຸງແຕ່ງອາຫານທີ່ ແຊບ ແລະ ຖືກຕ້ອງຕາມໂພສະນາການ, ຮຽນຮູ້ກ່ຽວກັບການປະສົມເຄື່ອງດື່ມປະເພດຕ່າງໆ ໂດຍເສີມສ້າງແນວຄດສ້າງສັນໃນການສັນສ້າງອາຫານ ແລະ ເຄື່ອງດື່ມຕ່າງໆ.  ການປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມ ຄືໝາກຫົວໃຈຫຼັກຂອງທຸລະກິດຮ້ານອາຫານ ນອກຈາກການບໍລິການ ແລະ ບັນຍາກາດຂອງສະຖານທີ່ ທີ່ຈະສ້າງຄວາມປະທັບໃຈໃຫ້ກັບແຂກ ລົດຊາດອາຫານ ແລະ ເຄື່ອງດື່ມທີ່ແຊບຊ້ອຍຈະເຮັດໃຫ້ແຂກເພິ່ງພໍໃຈ ແລະ ກັບມາໃຊ້ບໍລິການອີກຄັ້ງ.

ຈຸດປະສົງ :
  • ສ້າງໃຫ້ຜູ້ຮຽນມີຄວາມຮູ້, ມີທັກສະອາຊີບ ແລະ ມີປະສົບການດ້ານການປຸງແຕ່ງອາຫານ ແລະ ການບໍລິການກົງກັບມາດ ຕາຖານອາຊີບ ສາມາດນຳໄປປະຕິບັດວຽກງານໃນວິຊາສະເພາະທີ່ໄດ້ຮຽນມາຢ່າງມີປະສິດທິພາບ ແລະ ແທດເໝາະກັບຄວາມຕ້ອງການຂອງຕະຫຼາດແຮງງານ.
  • ສ້າງໃຫ້ຜູ້ຮຽນມີຫົວຄິດປະດິດສ້າງ, ແກ້ໄຂບັນຫາໄດ້ ແລະ ມີຄວາມສາມາດໃນການປະຕິບັດໜ້າທີ່ວຽກງານດ້ານວິຊາສະເພາະຕາມລະດັບທີ່ຕົນຮຽນຈົບ.
  • ສ້າງໃຫ້ຜູ້ຮຽນມີມະນຸດສຳພັນດີ, ມີຄຸນນະທໍາ, ຈະລິຍະທຳ ແລະ ຈັນຍາບັນໃນອາຊີບ.
ເງື່ອນໄຂຜູ້ເຂົ້າຮຽນກ່ຽວຂ້ອງ:
  • ຕ້ອງຮຽນຈົບມັດທະຍົມຕອນຕົ້ນ ຫຼື ທຽບເທົ່າ
ວິຊາຮຽນທີ່ກ່ຽວຂ້ອງ :
  1. ການເມືອງ
  2. ພາສາອັງກິດທົ່ວໄປ
  3. ຄະນິດສາດ
  4. ພາສາລາວ
  5. ຄອມພິວເຕີ
  6. ແນະນໍາການທ່ອງທ່ຽວ
  7. ການປະພຶດແບບມືອາຊີບ
  8. ການໃຫ້ບໍລິການ-ຮັກສາຄວາມສະອາດ
  9. ພາສາອັງກິດສະເພາະໂຮງແຮມ ແລະ ທ່ອງທ່ຽວ
  10. ການບໍລິການອາຫານ ແລະ ເຄື່ອງດື່ມ
  11. ການປຸງແຕ່ງອາຫານ
  12. ມະນຸດສໍາພັນ
  13. ບົດບາດຍິງ-ຊາຍ
  14. ຄວາມຮູ້ກ່ຽວກັບໂຮງແຮມ
  15. ພຶ້ນຖານການບໍລິການອາຫານ ແລະ ເຄື່ອງດື່ມ
  16. ການປຸງແຕ່ງ, ບໍລິການອາຫານ ແລະ ເຄື່ອງດື່ມ
  17. ການປຸງແຕ່ງອາຫານຄາວ
  18. ການປຸງແຕ່ງອາຫານຫວານ
  19. ວຽກແມ່ບ້ານ
ນະໂຍບາຍຕ່າງໆ:
  • ມີຫໍພັກໃຫ້ກັບນັກສຶກສາຜູ້ທີ່ຢູ່ບ້ານໄກ, ຄອບຄົວຂາດເຂີນ.
  • ມີທຶນການສຶກສາຂອງລັດຖະບານ.
  • ມີເງິນສະຫັວດດີການໃຫ້ກັບນັກສຶກສາ ຜູ້ທີ່ເຈັບເປັນນອນໂຮງໝໍ.
  • ມີງົບປະມານຈາກໂຄງການໃນການຈັດຊື້ວັດຖຸດິບນຳໃຊ້ເຂົ້າໃນການຮຽນພາກປະຕິບັດຕົວຈິງຂອງສຶກສາ.
ສິ່ງອໍານວຍຄວາມສະດວກ:
  • ມີອິນເຕີເນັດໃຫ້ກັບນັກສຶກສາເພື່ອນຳໃຊ້ເຂົ້າໃນການເຂົ້າຫາແຫຼ່ງຂໍ້ມູນຕ່າງເພື່ອສຶກສາ ຄົ້ນຄົ້ວບົດຮຽນ.
  • ມີຫ້ອງຮຽນພາກທິດສະດີ ຮັບໃຊ້ເຂົ້າໃນການຈັດການຮຽນ – ການສອນຢ່າງພຽງພໍ, ມີມາດຕາຖານ ແລະ ສວຍງາມ.
  • ມີຫ້ອງຝຶກງານການປຸງແຕ່ງອາຫານ ( ຫ້ອງຄົວ ) ພ້ອມດ້ວຍອຸປະກອນຄົບຊຸດ ເພື່ອໃຫ້ນັກສຶກສາຮຽນພາກປະ ຕິບັດຕົວຈິງ.
  • ມີຫ້ອງຝຶກງານການບໍລິການອາຫານ ແລະ ເຄື່ອງດື່ມ (ຫ້ອງອາຫານ ແລະ ຫ້ອງເຟ) ພ້ອມດ້ວຍອຸປະກອນຄົບຊຸດ ເພື່ອໃຫ້ນັກສຶກສາຮຽນພາກປະຕິບັດຕົວຈິງ.
  • ມີຫ້ອງຝຶກງານດ້ານການໂຮງແຮມ ( ຫ້ອງພັກ ແລະ ເຄົາເຕີ້ ) ພ້ອມດ້ວຍອຸປະກອນຄົບຊຸດ ເພື່ອໃຫ້ນັກສຶກສາ ຮຽນພາກປະຕິບັດຕົວຈິງ.
ຄວາມຮູ້ ແລະ ທັກສະພາຍຫຼັງການຮຽນຈົບ:
  • ຮູ້ຮັກສາຄວາມປອດໄພໃນສະຖານທີ່ເຮັດວຽກ, ນຳໃຊ້ເຄື່ອງມື ແລະ ອຸປະກອນຕ່າງໆ.
  • ມີຄວາມອົດທົນ ແລະ ມີຄວາມຮັບຜິດຊອບຕໍ່ໜ້າທີ່.
  • ມີຄວາມຊື່ສັດສຸດຈະຫຼິດຕໍ່ຕົນເອງ, ໝູ່ເພື່ອນ ແລະ ເປັນເຈົ້າການໃນການປົກປັກຮັກສາຄວາມປອດໄພທັງຊີວິດ, ຊັບສິນສ່ວນລວມ ແລະ ສ່ວນຕົວ.
  • ມີທັກສະໃນການເຮັກວຽກ.
  • ສາມາດແກ້ໄຂບັນຫາໄດ້.
  • ມີທັກສະແບບມືອາຊີບ.
  • ສາມາດໃຫ້ບໍລິການ ແລະ ຮັກສາຄວາມສະອາດ.
  • ສາມາດຄິດໄລ່, ກຳນົດຈຳນວນ ແລະ ຂະໜາດໄດ້ຖືກຕ້ອງ.
  • ບອກສະຖານທີ່ຂອງໂຮງແຮມ ແລະ ແຫຼ່ງທ່ອງທ່ຽວ.
  • ບອກຊື່ເປັນພາສາອັງກິດສຳລັບການໂຮງແຮມ ແລະ ການທ່ອງທ່ຽວ.
  • ສາມາດປຸ່ງແຕ່ງອາຫານໄດ້.
  • ບໍລິການອາຫານ ແລະ ເຄື່ອງດື່ມ.
  • ບໍລິການລູກຄ້າ.
  • ນຳໃຊ້ເຄື່ອງມື ແລະ ອຸປະກອນໃນການປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມ.
  • ເກັບມ້ຽນເຄື່ອງມື, ອຸປະກອນ ແລະ ອະນາໄມສະຖານທີ່ເຮັດວຽກ.
  • ສາມາດເຮັດວຽກນໍາຮ້ານອາຫານ ຫຼືໂຮງແຮມໄດ້.
  • ສາມາດເປີດຮ້ານອາຫານເປັນຂອງຕົນເອງ.
  •  
ວິທີສະໝັກຮຽນ
  • ຂັ້ນຕອນທີ 1: ຊື້ແບບຟອມນຳຄະນະກຳມະການທີ່ຮັບຜິດຊອບຮັບເອົານັກສຶກສາເຂົ້າຮຽນໃໝ່ມາຂຽນ.
  • ຂັ້ນຕອນທີ 2: ສົ່ງແບບຟອມໃບຄຳຮ້ອງໃນການສະໝັກເຂົ້າສອບເສັງ ແລະ ສຳພາດ ທີ່ຂຽນແລ້ວໃຫ້ຄະນະກຳມະການທີ່ຮັບຜິດຊອບ ແລະ ຈາກນັ້ນທາງຄະນະຮັບຜິດຊອບຈະອອກບັດເຂົ້າຫ້ອງສອບເສັງ, ສຳພາດໃຫ້ຕາມສາຂາວິຊາທີ່ສະໝັກຮຽນ.
  • ຂັ້ນຕອນທີ 3: ດຳເນີນການສອບເສັງ ຫຼື ສຳພາດເຂົ້າຮຽນໃນສາຂາວິຊາທີ່ສະໝັກຕາມລະບຽບການຂອງວິທະຍາໄລ.
ເອກະສານປະກອບການສະໝັກຮຽນມີ:
  1. ສໍາເນົາໃບປະກາດຈົບຊັ້ນມັດທະຍົມຕອນຕົ້ນ ຫຼື ທຽບເທົ່າ     
  2. ຊີວະປະຫວັດນັກຮຽນ 1 ຊຸດ
  3. ໃບຢັ້ງຢືນທີ່ຢູ່ 1 ຊຸດ
  4. ໃບກວດສຸຂະພາບ 1 ຊຸດ
  5. ໃບແຈ້ງໂທດ 1 ຊຸດ
  6. ຮູບຂະໜາດ 3×4 (ຖ່າຍບໍ່ເກີນ 3 ເດືອນ) ຈໍານວນ 6 ໃບ
Select the fields to be shown. Others will be hidden. Drag and drop to rearrange the order.
  • Image
  • SKU
  • Rating
  • Price
  • Stock
  • Availability
  • Add to cart
  • Description
  • Content
  • Weight
  • Dimensions
  • Additional information
  • Attributes
  • Custom attributes
  • Custom fields
Compare
Wishlist 0
Open wishlist page Continue shopping