ວິທະຍາໄລເຕັກນິກ-ວິຊາຊີບ ສະຫວັນນະເຂດ – ສາຂາ ບໍລິຫານການທ່ອງທ່ຽວ – ລາຍລະອຽດ

ສາຂາ ບໍລິຫານການທ່ອງທ່ຽວ
ເວລາຮຽນ 3 ປີ (ຊັ້ນສູງ 12+3)

ຄວາມໝາຍ ແລະ ຄວາມສຳຄັນ :

ການຮຽນໃນສາຂາການບໍລິຫານການທ່ອງທ່ຽວ ຄືການຮຽນຮູ້ກ່ຽວກັບການບໍລິຫານ ການຈັດການເດີນທາງ ໃຫ້ກັບນັກທ່ອງທ່ຽວທັງພາຍໃນແລະ ນອກປະເທດ, ລວມທັງການຈັດຫາ ແລະ ປະສານງານກັບບັນດາຜູ້ສະໜອງກໍຄືໂຮງແຮມ, ຮ້ານອາຫານ ແລະ ສະຖານທີ່ທ່ອງທ່ຽວຕ່າງໆທີ່ກ່ຽວຂ້ອງ ເພື່ອຈັດແຜນການທ່ອງທ່ຽວໃຫ້ແກ່ລູກຄ້າ. ການທ່ອງທ່ຽວເປັນອຸດສະຫະກຳທີ່ມີຄວາມສຳຄັນເປັນຢ່າງຍິ່ງຕໍ່ການຂັບເຄື່ອນເສດຖະກິດພາຍໃນຊາດ ກໍຄືເສດຖະກິດພາຍໃນທ້ອງຖິ່ນ ເພື່ອສ້າງລາຍຮັບ ແລະ ຄວາມເປັນຢູ່ທີ່ດີຂຶ້ນໃຫ້ແກ່ປະຊາຊົນລາວ.

ຈຸດປະສົງ :
  • ເພື່ອຜະລິດບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດໃນວິຊາ ບໍລິຫານການທ່ອງທ່ຽວ ລະດັບອາຊີວະສຶກສາ ແລະ ສາມາດນຳຄວາມຮູ້ໄປໃຊ້ໃນການປະກອບອາຊີບໄດ້ເປັນຢ່າງດີ.
  • ເພື່ອຜະລິດບຸກຄະລາກອນທີ່ມີຄວາມຮູ້ເລິກເຊິ່ງທາງວິຊາການ ແລະ ເຕັກໂນໂລຊີ ອັນທັນສະໄໝ, ເພື່ອນຳໄປໃຊ້ໃນການປະຕິບັດງານວິຊາສະເພາະກ່ຽວກັບການວິເຄາະແຜນຍຸດທະສາດໃນພາກບໍລິການ ໂດຍສະເພາະທຸລະກິດທີ່ກ່ຽວຂ້ອງກັບໂຮງແຮມ ແລະ ການທ່ອງທ່ຽວ ເພື່ອໃຫ້ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດ ແລະ ການແປ່ຽນແປງຂອງສະພາບເສດຖະກິດສັງຄົມໃນປັດຈຸບັນ.
ເງື່ອນໄຂຜູ້ເຂົ້າຮຽນກ່ຽວຂ້ອງ:
  • ຕ້ອງຮຽນຈົບມັດທະຍົມຕອນປາຍ ຫຼື ທຽບເທົ່າ
ວິຊາຮຽນທີ່ກ່ຽວຂ້ອງ :
  1. ການເມືອງ
  2. ຄອມພິວເຕີທົ່ວໄປ
  3. ພູມສາດ ແລະ ປະຫວັດສາດ
  4. ຫຼັກການບໍລິຫານໂຮງແຮມ ແລະ ທ່ອງທ່ຽວ
  5. ການພັດທະນາສົ່ງເສີມການທ່ອງທ່ຽວແບບຢັ້ງຢືນ
  6. ການບໍລິຫານຊັບພະຍາກອນມະນຸດ
  7. ລາວສຶກສາ
  8. ບັນຊີວິສະຫະກິດ
  9. ພາສາອັງກິດເພື່ອການທ່ອງທ່ຽວ
  10. ຈິດຕະວິທະຍາ
  11. ເສດຖະສາດເບື້ອງຕົ້ນ
  12. ການຕະຫຼາດເພື່ອການໂຮງແຮມ ແລະ ທ່ອງທ່ຽວ
  13. ການຄ້າລະຫວ່າງປະເທດ
  14. ການບໍລິການສ່ວນໜ້າ
  15. ພາສີ-ອາກອນ
  16. ຄອມພິວເຕີທຸລະກິດ
  17. ພາສາອັງກິດເພື່ອການສື່ສານ
  18. ທຸລະກິດພາກບໍລິການທົ່ວໄປ
  19. ທຸລະກິດໂຮງແຮມ ແລະ ເຮືອນພັກ
  20. ການນຳທ່ຽວ (ມັກກຸເທດ)
  21. ມະນຸດສໍາພັນ
  22. ການຄວບຄຸມຕົ້ນທຶນອາຫານ ແລະ ເຄື່ອງດື່ມ
  23. ກົດໝາຍການທ່ອງທ່ຽວ ແລະ ໂຮງແຮມ
  24. ອຸດສາຫະກໍາການໂຮງແຮມ ແລະ ທ່ອງທ່ຽວ
  25. ການທ່ອງທ່ຽງເຊິງນິເວດ
  26. ພຶດຕິກໍານັກທ່ອງທ່ຽວ
  27. ການບໍລິຫານເວລາ
  28. ທິດສະດີການຂຽນບົດສຶກສາໂຄງການ
  29. ຄວາມຮູ້ກ່ຽວກັບອາຊຽນ
  30. ການເງິນທຸລະກິດ
  31. ການບໍລິການອາຫານ ແລະ ເຄື່ອງດື່ມ
  32. ການພັດທະນາບຸກຄະລາກອນ
  33. ການທ່ອງທ່ຽວອາຊຽນ ແລະ ສາກົນ
  34. ການພັດທະນາຊົນນະບົດກັບການທ່ອງທ່ຽວ
  35. ຜະລິດຕະພັນພື້ນເມືອງຂອງທີ່ລະນຶກ
  36. ຫຼັກການວາງແຜນ
  37. ລົງຝຶກງານ 8 ອາທິດ
  38. ຂຽນບົດສືກສາໂຄງການ
ສິ່ງອໍານວຍຄວາມສະດວກ:
  • ມີຫ້ອງຮຽນ ແລະ ຫ້ອງປະຕິບັດ
  • ຖ້າຫາກນ້ອງໆຄົນໃດມີຄວາມຫຍຸ້ງຍາກໃນການເດີນທາງທາງໂຮງຮຽນມີຫໍພັກຍິງ-ຊາຍໃຫ້ແກ່ນັກສຶກສາ.
ຄວາມຮູ້ ແລະ ທັກສະພາຍຫຼັງການຮຽນຈົບ:  

          ພາຍຫຼັງຮຽນຈົບຜູ້ຮຽນສາມາດ ການກຳນົດອົງປະກອບຂອງການທ່ອງທ່ຽວພາຍໃນປະເທດ

          ສາມາດເປັນໄກ້ນໍາທ່ຽວ

          ສາມາດວາງແຜນການນໍາທ່ຽວທັງພາຍໃນ ແລະ ສາກົນ

          ມີຄວາມຮູ້າງດ້ານການບໍລິການອາຫານ ແລະ ເຄື່ອງດື່ມ

          ສາມາດສົ່ງເສີມ ແລະ ພັດທະນາການທ່ອງທ່ຽວໄດ້

          ສາມາດເຮັດວຽກກັບບໍລິສັດທ່ອງທ່ຽວໄດ້

ວິທີສະໝັກຮຽນ
  • ຂັ້ນຕອນທີ1:  ຊື້ຄຳຮ້ອງຂໍເຂົ້າຮຽນແລ້ວປະກອບຂໍ້ມູນໃຫ້ຄົບຖ້ວນ.
  • ຂັ້ນຕອນທີ 2: ນໍາເອົາເອກະສານມາໃຫ້ທາງວິທະຍາໄລກວດສອບ ຄວາມຖືກຕ້ອງ ແລະ ຄົບຖ້ວນຂອງຂໍ້ມູນ.
  • ຂັ້ນຕອນທີ 3: ຫາກເອກະສານຄົບຖ້ວນແລ້ວແມ່ນເຂົ້າສຳພາດເຂົ້າຮຽນ.
  • ຂັ້ນຕອນທີ 4: ລໍຖ້າລາຍຊື່ສໍາພາດ ແລະ ລົງທະບຽນເຂົ້າຮຽນ.
ເອກະສານປະກອບການສະໝັກຮຽນມີ:
    1. ສໍາເນົາໃບປະກາດຈົບຊັ້ນມັດທະຍົມຕອນປາຍ ຫຼື ທຽບເທົ່າ
    2. ປື້ມຕິດຕາມການຮຽນຊັ້ນມັດທະຍົມຕອນປາຍ (ຕົ້ນສະບັບ ພ້ອມກັອບປີ້ສີ).
    3. ປະຫວັດນັກສຶກສາ (ຕົ້ນສະບັບ ພ້ອມກັອບປີ້ສີ).
    4. ສຳມະໂນຄົວ (ຕົ້ນສະບັບ ພ້ອມກັອບປີ້ສີ)
    5. ຮູບສີ (ຂະໜາດ 3 x 4) ຖ່າຍບໍ່ເກີນ 3 ເດືອນ 12 ໃບ.
Select the fields to be shown. Others will be hidden. Drag and drop to rearrange the order.
  • Image
  • SKU
  • Rating
  • Price
  • Stock
  • Availability
  • Add to cart
  • Description
  • Content
  • Weight
  • Dimensions
  • Additional information
  • Attributes
  • Custom attributes
  • Custom fields
Compare
Wishlist 0
Open wishlist page Continue shopping