ວິທະຍາໄລ ເຕັກນິກ ປາກປ່າສັກ – ສາຂາ ບໍລິຫານໂຮງແຮມ – ລາຍລະອຽດ

ສາຂາ ບໍລິຫານໂຮງແຮມ
ເວລາຮຽນ 2 ປີ (ຊັ້ນກາງ 12+2)

ຄວາມໝາຍ ແລະ ຄວາມສຳຄັນ :

ການຮຽນໃນສາຂາການບໍລິຫານໂຮງແຮມຄືການຮຽນຮູ້ກ່ຽວກັບການປະສານງານ ແລະ ໃນການປະຕິບັດງານກັບພະແນກຕ່າງຯຂອງໂຮງແຮມ ເພື່ອໃຫ້ການດຳເນີນງານໃນທຸກດ້ານຂອງໂຮງຮຽນສອດຄ່ອງ ແລະ ມີປະສິດທິພາບ. ອຸດສະຫະກຳບໍລິການຮັບຕ້ອນ ແມ່ນມີຄວາມສຳຄັນຕໍ່ການພັດທະນາເສດຖະກິດ-ສັງຄົມຢ່າງຫຼວງຫຼາຍ ແລະ ພວກເຮົາຕ້ອງການບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດ ເພື່ອໃຫ້ບໍລິການໃນລະດັບມືອາຊີບ ແລະ ພັດທະນາມາດຕະຖານໃນອຸດສະຫະກຳນີ້ໃຫ້ໄດ້ລະດັບສາກົນ

ຈຸດປະສົງ :
  • ສ້າງໃຫ້ຜູ້ຮຽນມີຄວາມຮູ້, ມີທັກສະອາຊີບ ແລະ ປະສົບການກົງກັບມາດຕະຖານອາຊີບ ເພື່ອນໍາໄປປະຕິບັດງານວິຊາສະເພາະໄດ້ຢ່າງມີປະສິດທິພາບ, ແທດເໝາະກັບຄວາມຕ້ອງການຂອງຕະຫຼາດແຮງງານ.
  • ສ້າງໃຫ້ຜູ້ຮຽນມີຫົວຄິດປະດິດສ້າງ, ແກ້ໄຂບັນຫາ ແລະ ມີຄວາມສາມາດປະຕິບັດໜ້າທີ່ວຽກງານດ້ານວິຊາສະເພາະຕາມລະດັບທີ່ຕົນຮຽນຈົບ.
  • ສ້າງໃຫ້ຜູ້ຮຽນມີມະນຸດສຳພັນດີ, ມີຄຸນນະທຳ, ຈະລິຍະທຳ ແລະ ຈັນຍາບັນໃນອາຊີບ.
ເງື່ອນໄຂຜູ້ເຂົ້າຮຽນກ່ຽວຂ້ອງ :
  • ຕ້ອງຮຽນຈົບມັດທະຍົມຕອນປາຍ ຫຼື ທຽບເທົ່າ
ວິຊາຮຽນທີ່ກ່ຽວຂ້ອງ :  
  1.   ການເມືອງ
  2.   ວັດທະນາທໍາລາວ
  3.   ການສື່ສານເປັນພາສາອັງກິດ
  4.   ການນໍາໃຊ້ເຄື່ອງມື ແລະ ຂະບວນການຕ່າງໆ
  5.   ການເຮັດວຽກກັບເພື່ອນຮ່ວມງານ ແລະ ລູກຄ້າ
  6.   ພາສາອັງກິດສຳລັບການໂຮງແຮມ ແລະ ການທ່ອງທ່ຽວ
  7.   ການພັດທະນາຄວາມຮູ້ກ່ຽວກັບການດຳເນີນການໃນໂຮງແຮມ
  8.   ການປະກອບທຸລະກິດສຳລັບອຸດສາຫະກຳການທ່ອງທ່ຽວ ແລະ ບໍລິການ
  9.   ການນໍາໃຊ້ອຸປະກອນສື່ສານສໍາລັບການທ່ອງທ່ຽວ ແລະ ການບໍລິການທ່ອງທ່ຽວ
  10.   ການຮັກສາຄວາມປອດໄພ ແລະ ຄວາມສະຫງົບໃນບ່ອນເຮັດວຽກ
  11.   ການສ້າງການບໍລິການໃຫ້ແກ່ລູກຄ້າຢ່າງມີປະສິດທິພາບ
  12.   ການພັດທະນາຄວາມຮູ້ທາງດ້ານອຸດສາຫະກຳການທ່ອງທ່ຽວ ແລະ ບໍລິການ
  13.   ການດຳເນີນການຄວບຄຸມໃນການຊັກລີດຜ້າ
  14.   ການສະໜອງການບໍລິການການຕ້ອນຮັບພາກສ່ວນໜ້າ
  15.   ການສະໜອງການບໍລິການອານາໄມໃຫ້ແກ່ແຂກ
  16.  ການການຈັດກອງປະຊຸມລະດັບສາກົນ ແລະ ຈັດງານກິດຈະກຳຕ່າງໆ

17.   ການການສະໜອງການບໍລິການຂອງພະແນກຫ້ອງພັກ

ສິ່ງອໍານວຍຄວາມສະດວກ:
  • ມີຫໍພັກໃຫ້ນັກຮຽນທັງຍິງ ແລະ ຊາຍ
  • ມີຫ້ອງຮຽນ ແລະ ຫ້ອງປະຕິບັດ ພ້ອມດ້ວຍອຸປະກອນເຄື່ອງໃຊ້ໃການຮຽນເພື່ອລົງມືປະຕິບັດຕົວຈິງ.
ຄວາມຮູ້ ແລະ ທັກສະພາຍຫຼັງການຮຽນຈົບ:
  • ສາມາດພັດທະນາຄວາມຮູ້ກ່ຽວກັບການດຳເນີນການໂຮງແຮມ
  • ຮູ້ວິທີດຳເນີນການຄວບຄຸມການຊັກລີດ
  • ສະໜອງການບໍລິການຕ້ອນຮັບພາກສ່ວນໜ້າ
  • ສາມາດວາງແຜນຈັດກອງປະຊຸມ, ການທ່ອງທ່ຽວເພື່ອເປັນລາງວັນ, ຈັດກອງປະຊຸມລະດັບສາກົນ ແລະ ການຈັດງານ
  • ສາມາດປະກອບອາຊີບໃນໂຮງແຮມໄດ້
  • ສາມາດໃຫ້ບໍລິການທາງດ້ານການທ່ອງທ່ຽວ
ວີທີສະໝັກຮຽນ

      ຂັ້ນຕອນທີ 1: ຊື້ແບບຟອມການສະໝັກສໍາພາດ ຫຼື ສອບເສັງ.

      ຂັ້ນຕອນທີ 2: ກອກແບບຟອມສະໝັກ ຫຼື ສອບເສັງ.

      ຂັ້ນຕອນທີ 3: ຍື່ນໃບສະໝັກສໍາພາດ ຫຼື ສອບເສັງ.

      ຂັ້ນຕອນທີ 4: ຕິດຕາມການສໍາພາດ ຫຼື ສອບເສັງ.
ເອກະສານປະກອບການສະໝັກຮຽນມີ: 
  1. ສໍາເນົາໃບປະກາດຈົບຊັ້ນມັດທະຍົມຕອນປາຍ ຫຼື ທຽບເທົ່າ
  2. ຮູບຂະໜາດ 2×3 ຈໍານວນ 2 ໃບ (ຖ່າຍບໍ່ເກີນ 3 ເດືອນ)
Select the fields to be shown. Others will be hidden. Drag and drop to rearrange the order.
  • Image
  • SKU
  • Rating
  • Price
  • Stock
  • Availability
  • Add to cart
  • Description
  • Content
  • Weight
  • Dimensions
  • Additional information
  • Attributes
  • Custom attributes
  • Custom fields
Compare
Wishlist 0
Open wishlist page Continue shopping